ປະຫວັດຄວາມເປັນມາ

ການເຄື່ອນໄຫວວຽກງານສະຖິຕິ ແມ່ນອີງໃສ່ຮູບແບບການຈັດຕັ້ງ ໄດ້ມີການປ່ຽນແປງຕາມແຕ່ລະໄລຍະຄື:
– ວຽກງານສະຖິຕິແມ່ນໄດ້ເລີ່ມກໍ່ຕັ້ງເປັນ ພະແນກສະຖິຕິແຕ່ປີ 1975 ເປັນຕົ້ນມາ ໂດຍຂຶ້ນກັບກົມແຜນການສັງລວມ, ຄະນະກຳມະການແຜນການແຫ່ງລັດ.
– ປີ 1977 ໄດ້ສ້າງຕັ້ງເປັນກົມສະຖິຕິສູນກາງ, ຄະນະກຳມະການແຜນຜັງແຫ່ງລັດ,
– ປີ 1987 ໄດ້ປ່ຽນມາເປັນສູນສະຖິຕິແຫ່ງລັດ, ຄະນະກຳມະການແຜນການແຫ່ງລັດ,
– ປີ 1992 ປ່ຽນມາເປັນສູນສະຖິຕິແຫ່ງຊາດ, ຄະນະກຳມະການແຜນການ ແລະ ການຮ່ວມມື
– ປີ 2008 ເຖິງ ປີ 2010 ວັນທີ 29 ເດືອນມີຖຸນາ ກົມສະຖິຕິ ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ.
– ມາຮອດວັນທີ 30 ເດືອນ ມິຖຸນາ ປີ 2010 ກົດໝາຍໄດ້ຮັບຮອງໃຫ້ເປັນ ສູນສະຖິຕິແຫ່ງຊາດ, ໂດຍຂຶ້ນກັບ ກະຊວງແຜນການ ແລະ ການລົງທຶນ ຈົນເຖິງປະຈຸບັນ.
ສູນສະຖິຕິແຫ່ງຊາດ ຕັ້ງຢູ່ ຖະໜົນ ສຸພານຸວົງ, ບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ແຂວງນະຄອນຫລວງວຽງຈັນ
ລະຫັດສາລະບານ


ເພື່ອສົ່ງເສີມການນຳໃຊ້ ລະຫັດສາລະບານ ການຈັດແບງຂະແໜງການເສດຖະກິດ ຂອງ ສ ປ ປ ລາວໃຫ້ຖືກນຳໃຊ້ຢ່າງກ້ວາງຂວາງ ແລະ ເປັນເອກພາບ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ ສ ປ ປ ລາວ ໄດ້ມີລະຫັດສາລະບານ ການຈັດແບ່ງຂະແໜງການເສດຖະກິດ ທີ່ເປັນເອກະພາບ ໃນແຕ່ລະຂະແໜງການ, ຮັບປະກັນການເຊື່ອມໂຍງ ແລະ ການສົມທຽບຂໍ້ມູນສະຖິຕິທັງພາຍໃນ ແລະ ຕ່າງປະເທດ ເພືອຮັບປະກັນ ໃນການເຊືອມໂຍງກັບບັນດາປະເທດ ສະມາຊິກປະຊາຄົມອາຊຽນ, ບັນດາຄູ່ຮ່ວມພັດທະນາ ແລະ ບັນດາປະເທດທົ່ວໂລກ.