
ນະຄອນຫຼວງວຽງຈັນ, ວັນທີ 25 ຕຸລາ 2023 – ສູນສະຖິຕິແຫ່ງຊາດ ແລະທະນາຄານໂລກ ໄດ້ຮ່ວມກັນຈັດພິທິເປີດໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ໄລຍະ II ເພື່ອຍົກລະດັບລະບົບສະຖິຕິແຫ່ງຊາດ ແລະ ເພີ່ມທະວີການເຜີຍແຜ່ຂໍ້ມູນສະຖິຕິເຂົ້າໃນການຄົ້ນຄວ້າ ແລະວາງແຜນນະໂຍບາຍ.
“ທ່ານ ອາເລັກ ເຄລເມີ ຫົວໜ້າ ຫ້ອງການທະນາຄານໂລກປະຈຳ ສປປ ລາວ ແລະ ທ່ານ ພອນສະຫຼີ ສຸກສະຫວັດ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດໂຕໂຄງການເປັນທາງການ.”
ໂຄງການສ້າງຄວາມອາດສາມາດລະບົບສະຖິຕິແຫ່ງຊາດ ຈະຊ່ວຍສະໜັບສະໜູນສູນສະຖິຕິແຫ່ງຊາດ ໃຫ້ສາມາດຕອບສະໜອງ ຄວາມຕ້ອງການຕໍ່ຂໍ້ມູນສະຖິຕິິທີ່ເພີ່ມຂຶ້ນໃຫ້ມີຄຸນນະພາບ ເພື່ອນຳໃຊ້ເຂົ້າໃນສ້າງນະໂຍບາຍ, ການຕິດຕາມ ແລະ ການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ. ໂຄງການຈະລົງເລິກສະໜັບສະໜູນ ໃຫ້ມີຂໍ້ມູນທັນເວລາ ເພື່ອໃຫ້ສາມາດຕອບສະໜອງຂໍ້ມູນທ່ວງທັນກັບຕອບສະໜອງຄວາມຕ້ອງການຟື້ນໂຕຈາກສະພາບວິກິດການເສດຖະກິດມະຫາພາກໃນປັດຈຸບັນ. ໃນໄລຍະຍາວ, ໂຄງການຈະສະໜັບສະໜູນການສ້າງລະບົບເຊື່ອມໂຍງຂໍ້ມູນສະຖິຕິເສດຖະກິດມະຫາພາກ ເພື່ອຊ່ວຍລັດຖະບານໃນການຕັດສິນໃຈການລົງທຶນ ແລະ ການວາງແຜນນະໂຍບາຍການເງິນ ແລະ ການດຸນດ່ຽງໜີ້ສິນ.
ທ່ານ ອາເລັກ ເຄລເມີ ຫົວໜ້າ ຫ້ອງການທະນາຄານໂລກປະຈຳ ສປປ ລາວ ກ່າວວ່າ “ລັດຖະບານ, ບັນດາຫົວໜ່ວຍທຸລະກິດ ແລະພາກສ່ວນພັດທະນາ ລ້ວນແຕ່ຕ້ອງການຂໍ້ມູນສະຖິຕິິທີ່ເຊື່ອຖືໄດ້ ເພື່ອຊ່ວຍໃນການຕັດສິນໃຈທີ່ມີປະສິດ ທິພາບ” ແລະ “ການຕັດສິນໃຈນັ້ນ, ແມ່ນມີຜົນກະທົບຕໍ່ຊີວິດ ແລະການດໍາລົງຊີວິດຂອງທຸກໆຄົນ, ຍ້ອນແນວນັ້ນ ຂໍ້ມູນທີ່ມີຄຸນນະພາບ ແລະ ທັນເວລາຈຶ່ງມີີຄວາມສໍາຄັນຢ່າງຍິ່ງ.”
ຄຽງຄູ່ກັບຜົນສໍາເລັດຫຼາຍດ້ານ, ວຽກງານສະຖິຕິຂອງ ສປປ ລາວ ຖ້າທຽບໃສ່ປະເທດອ້ອມຂ້າງເຫັນວ່າ ຍັງບໍ່ໄດ້ດີເທົ່າທີ່ຄວນ. ຕ້ອງໄດ້ສຸມໃສ່ປັບປຸງ ການເຜີຍແຜ່ ແລະ ການເຊື່ອມໂຍງຂໍ້ມູນສະຖິຕິຈາກແຕ່ລະຂະແຫນງການ ທີ່ມີຄວາມຈໍາເປັນໃນການນໍາໃຊ້ຂອງລັດຖະບານ. ການສໍາຫຼວດສະຖິຕິໂລກຍັງຊີ້ໃຫ້ເຫັນຈຸດອ່ອນຄົງຄ້າງໃນການຈັດຕັ້ງປະຕິບັດການສໍາຫຼວດໃຫຍ່, ການເກັບຂໍ້ມູນລາຍງານບໍລິຫານ ແລະ ຂໍ້ມູນພູມສັນຖານ ແລະ ລະບອບກວິທີການສັງລວມຂໍ້ມູນສະຖິຕິໃນສປປ ລາວ.
ໂຄງການສະໜັບສະໜູນການສ້າງຄວາມອາດສາມາດໃຫ້ແກ່ອົງກອນສະຖິຕິ ແລະ ຄວາມອາດສາມາດໃນການຄຸ້ມຄອງບໍລິຫານໂຄງການ ໃຫ້ແກ່ສູນສະຖິຕິແຫ່ງຊາດ ເພື່ອໃຫ້ສາມາດເປັນໃຈກາງໃນການປະສານງານປັບປຸງການຜະລິດ, ຄຸນນະພາບ ແລະ ການນໍາໃຊ້ຂໍ້ມູນສະຖິຕິ ໃນທົ່ວລະບົບລັດຖະບານ. ການຈັດຕັ້ງປະຕິບັດນີ້ແມ່ນແນ່ໃສ່ຊຸກຍູ້ການຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ SDG ຂອງອົງການສະຫະປະຊາຊາດ, ນອກນັ້ນ ຍັງຊ່ວຍສະໜັບສະໜູນວຽກງານບົດບາດຍິງ-ຊາຍ ໂດຍສະເພາະການຕິດຕາມຄວາມຄືບຫນ້າໃນການປັບປຸງສະພາບຄວາມເປັນຢູ່ຂອງແມ່ຍິງ ແລະ ເດັກ.
ທ່ານ ນ. ພອນສະຫລີ ສຸກສະຫວັດ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ “ສປປ ລາວ ນັບມື້ນັບເປີດກ້ວາງການເຊື່ອມໂຍງກັບພາກພື້ນ ແລະສາກົນ ທາງດ້ານການຄ້າ ແລະ ບັນດາອົງການ, ເສດຖະກິດບໍ່ມີພົມແດນ ແລະປ່ຽນແປງຢ່າງສັບສົນ” “ອີງໃສ່ສະພາບການນີ້, ຂໍ້ມູນ ແລະຫຼັກຖານ ແມ່ນມີຄວາມສໍາຄັນຫຼາຍໃນການຊ່ວຍເປັນບ່ອນອີງໃນການຕັດສີນໃຈ. ໂຄງການນິ້ ຈະຊ່ວຍສູນສະຖິຕິແຫ່ງຊາດ ໃນການປະຕິບັດການຜະລິດສະຖິຕິຕາມມາດຖານສາກົນ ເປັນຕົ້ນແມ່ນ ສະຖິຕິການບັນຊີແຫ່ງຊາດ, ດຸນການຊໍາລະລະຫວ່າງປະເທດ, ສະຖິຕິການເງິນ ແລະໜີ້ສິນ”.
ຜົນໄດ້ຮັບຂອງໂຄງການ ຈະວັດແທກໂດຍການຜະລິດຂໍ້ມູນສະຖິຕິ, ຄຸນນະພາບ ແລະ ການນໍາໃຊ້ຂໍ້ມູນເສດຖະກິດ ຕົ້ນຕໍ, ແລະ ສະຖິຕິເສດຖະກິດ ແລະ ສັງຄົມ. ເປັນຕົ້ນແມ່ນ ລວມຍອດຜະລິດຕະພັນພາຍໃນ (GDP), ດັດຊະນີລາຄາຜູ້ຊົມໃຊ້ (CPI), ດຸນການຊໍາລະກັບລະຫວ່າງຕ່າງປະເທດ (BOP), ສະຖິຕິປະຊາກອນ ແລະ ຂໍ້ມູນຄວາມທຸກຍາກ. ໂຄງການດັ່ງກ່າວຈະໄດ້ຮັບທຶນກູ້ຢືມຈາກອົງການການພັດທະນາສາກົນ IDA ຂອງທະນາຄານໂລກຈຳນວນ 21 ລ້ານໂດລາສະຫະລັດ.
ທ່ານ ສາມາດສອບຖາມຂ້ມູນເພີ່ມເຕີມ ແລະ ຕິດຕໍ່ພົວພັນໄດ້:
ສູນສະຖິຕິແຫ່ງຊາດ
ໂທລະສັບ ຫ້ອງການ: +856 21 214740
ອີເມວ: laostats@lsb.gov.la