
ໃນລະຫວ່າງວັນທີ 28 ກຸມພາ ຫາ 3 ມີນາ 2023, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ນາງ ພອນສະຫລີ ສຸກສະຫວັດ, ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງກແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມາທິການ ສະຖິຕິ ສປຊ ຄັງທີ 54, ທີ່ ນິວຢອກ, ສ. ອາເມລິກາ. ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນທົບທວນ ແລະ ປຶກສາຫາລື ການຈັດຕັ້ງປະຕິບັດບັນດາຕົວຊີ້ບອກ ຂອງເປົ້າໝາຍການພັດທະນາແບບຍືນຍົງ ໃນໄລຍະຜ່ານມາ ແລະ ເປັນເວທີປຶກສາຫາລືປະຈໍາປີທີ່ສໍາຄັນແນໃສ່ ຊຸກຍູ້ການຈັດຕັ້ງວຽກງານສະຖິຕິ ໂດຍສະເພາະແມ່ນເລັ່ງໃສ່ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ.
ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ຫົວໜ້າສູນສະຖີິຕິແຫ່ງຊາດ ໄດ້ຍົກໃຫ້ເຫັນການເຊື່ອມສານວຽກງານການພັດທະນາແບບຍືນຍົງ ເຂົ້າໃນການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການສັງລວມແຫລ່ງຂໍ້ມູນຕ່າງໆ ເພື່ອຕິດຕາມຄວາມຄຶບໜ້າຂອງວຽກງານການພັດທະນາແບບຍືນຍົງ, ສປປ ລາວ ໄດ້ສຳເລັດການສ້າງບົດລາຍງານແຫ່ງຊາດແບບສະມັກໃຈສະບັບທີ່ 2 (VNR 2) ສະບັບ ແລະ ກະກຽມໃຫ້ແກ່ບົດລາຍງານ ເຫລັ້ມທີ່ 3 ໃນປີ 2024 ໂດຍການສະໜັບສະໜູນຂອງ ອົງການສະຫະປະຊາຊາດກ້ານເສດຖະກິດ. ນອກຈາກນັ້ນ ທີ່ປະຊຸມຍັງໄດ້ທົບທວນການຈັດຕັ້ງປະຕິບັດວຽກງານສະຖິຕິສັງຄົມ, ສະຖິຕິເສດຖະກິດ, ສະຖິຕິສິ່ງແວດລ້ອມ ແລະ ຫົວຂໍ້ສໍາຄັນອື່ນໆທີ່ຕິດພັນກັນວຽກງານສະຖິຕິ ພ້ອມທັງປຶກສາຫາລືແຜນໃນຕໍ່ໜ້າຂອງວຽກງານດັ່ງກ່າວ. ທ່ານ ຫົວໜ້າສຸນສະຖິຕິແຫ່ງຊາດ ຍັງໄດ້ຢໍ້າວ່າ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງປະຕິບັດບັນດາຕົວຊີ້ບອກທີ່ຕິດພັນກັບແຜນພັດທະນາແບບຍືນຍົງໃຫ້ບັນລຸຕາມຄາດໝາຍໃນຕໍ່ໜ້າ.


