
ໃນຕອນເຊົ້າເວລາ 8:30 ວັນທີ 06 ກັນຍາ 2021 ກົມບໍລິການສະຖິຕິ, ສູນສະຖິຕິແຫ່ງຊາດ ໄດ້ຈັດພິທີເປີດຝຶກອົບຮົມການອັບໂຫຼດຂໍ້ມູນລົງເວັບໄຊ ຂອງສູນສະຖິຕິແຫ່ງຊາດ ໃນລະຫວ່າງ ວັນທີ 06-10/09/2021 ທີ່ໂຮງແຮມແກຣນລີເວຊາຍ 2, ເມືອງວັງວຽງ, ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຄໍາພັນ ຈະເລີນຜົນ ຫົວໜ້າກົມບໍລິການສະຖິຕິ, ສູນສະຖິຕິແຫ່ງຊາດ, ມີຫົວໜ້າກົມ, ຮອງກົມ, ຮອງຫົວໜ້າພະແນກ, ພະນັກງານວິຊາການຈາກບັນດາກົມ, ຫ້ອງການ ພາຍໃນສູນສະຖິິຕິແຫ່ງຊາດ, ພະນັກງານວິຊາການຈາກສູນສະຖິຕິປະຈຳແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 23 ທ່ານ. ຈຸດປະສົງຕົ້ນຕໍຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອ:
- ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ການນໍາໃຊ້ຂໍ້ມູນຂ່າວສານສະຖິຕິໃນບັນດາເວບໄຊ ຂອງສູນສະຖິຕິແຫ່ງຊາດເປັນຕົ້ນແມ່ນ: ເວບໄຊຫຼັກ ແລະ ຍ່ອຍ ຂອງສູນສະຖິຕິແຫ່ງຊາດ (https://www.lsb.gov.la/), LAOSIS Database (https://laosis.lsb.gov.la/), ເວບໄຊຖານຂໍ້ມູນສະຖິຕິ ແລະ ການບໍລິການຂໍ້ມູນ (LAOSIS Database), ເວບໄຊສະຫລຸບຂໍ້ມູນແຫ່ງຊາດ e-GDDS (https://www.lsb.gov.la/lsb-la.htm), ເວບໄຊຖານຂໍ້ມູນເປົ້າໝາຍການພັດທະນາແບບຍືນຍົງ ສຳລັບ ສປປ ລາວ (https://www.lsb.gov.la/sdg/), ເວບໄຊສໍາຫຼັບຮັບໃຊ້ພາຍ ສຖຕ (https://www.lsb.gov.la/agenda), ເວບໄຊຂອງສູນສະຖິຕິປະຈຳແຂວງ ແລະ ນະຄອນຫຼວງ (https://psc-vt.lsb.gov.la/, https://psc-vi.lsb.gov.la/) ແລະ ເວບໄຊອື່ນໆ ທີ່ກ່ຽວ ຂ້ອງ.
- ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນກ່ຽວຂ້ອງ ເຊັ່ນ: ທີມງານສ້າງ ແລະ ພັດທະນາເວບໄຊ, ທີມງານຜະລິດ ແລະ ສະໜອງຂໍ້ມູນສະຖິຕິທາງການ, ທີມງານອັບໂຫຼດຂໍ້ມູນສະຖິຕິ ແລະ ໂຄສະນາເຜີຍແຜ່ຂໍ້ມູນສະຖິຕິ. ຂັ້ນຕອນການກະກຽມຂໍ້ມູນ, ກວດແກ້ ແລະ ອະນຸມັດຮັບຮອງຂໍ້ມູນຈາກຄະນະຮັບຜິດຊອບ ແລະ ຂັ້ນຕອນການອັບໂຫຼດຂໍ້ມູນລົງແຕ່ລະເວບໄຊ.
- ມີການແລກປ່ຽນ ແລະ ຖອດຖອນບົດຮຽນລະຫວ່າງຜູ້ຄຸ້ມຄອງ ກັບຜູ້ນໍາໃຊ້ຂໍ້ມູນຂ່າວສານສະຖິຕິເປັນຕົ້ນແມ່ນ: ທາງດ້ານການຄຸ້ມຄອງ ແລະ ຄວາມປອດໄພຂອງເວບໄຊ ຂອງ ກົມບໍລິການສະຖິຕິ ແລະ ສູນສະຖິຕິປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ, ການຜະລິດ, ສະໜອງ ແລະ ແຫຼ່ງຂໍ້ມູນ ເພື່ອມາອັບໂຫຼດໃສ່ເວບໄຊ ໂດຍສະເພາະກົມສະຖິຕິເສດຖະກິດ, ກົມສະຖິຕິສັງຄົມ ແລະ ຫ້ອງການ, ເກັບກໍາສັງລວມ ແລະ ປະເມີນຄໍາຄິດເຫັນຂອງຜູ້ນໍາໃຊ້ ເພື່ອມາປັບປຸງເວບໄຊ ຂອງສູນສະຖິຕິແຫ່ງຊາດ
- ປັບປຸງໂຄງສ້າງ ແລະ ໜ້າຕ່າງ ຂອງແຕ່ລະ Web Page ຂອງສູນສະຖິຕິແຫ່ງຊາດ ທັງພາສາລາວ ແລະ ອັງກິດ.
- ການຝຶກທົດລອງຕົວຈິງໄປແຕ່ລະຂັ້ນຕອນເຊັ່ນ: ການປັບປຸງໂຄງສ້າງ, ໜ້າຕ່າງ, ການກະກຽມຂໍ້ມູນ ແລະ ການອັບໂຫຼດຂໍ້ມູນລົງເວບໄຊ…
ການຝືກອົບຮົມໃນຄັ້ງນີ້ ຖືວ່າແມ່ນເປັນບາດກ້າວໜຶ່ງທີ່ມີຄວາມສຳຄັນໃນການພັດທະນາການເຜີຍແຜ່ຂໍ້ມູນສະຖິຕິທາງການ ເວົ້າລວມ, ເວົ້າສະເພາະແມ່ນການປັບປຸງ ແລະ ພັດທະນາເວັບໄຊສ໌ ຂອງສູນສະຖິຕິແຫ່ງຊາດ, ສູນສະຖິຕິປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນໃຫ້ຜູ້ນໍາໃຊ້ຂໍ້ມູນສະຖິຕິ ເຂົ້າເຖິງໄດ້ສະດວກ ແລະ ວ່ອງໄວ. ໜ້າຕ່າງ ແລະ ຂໍ້ມູນຂ່າວສານສະຖິຕິ ໄດ້ມີການປັບປຸງ ທັນກັບຄວາມຮຽກຮ້ອງຕ້ອງການຂອງຜູ້ນໍາໃຊ້, ພ້ອມກັນນັ້ນ ຍັງເປັນທິດທາງໃຫ້ແກ່ການປັບປຸງ ແລະ ພັດທະນາເວັບໄຊສ໌ ຂອງສູນສະຖິຕິແຫ່ງຊາດໃນຕໍ່ໜ້າ.