ກອງປະຊຸມສໍາມະນາເຜີຍແຜ່ວຽກງານສະຖິຕິໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ

ໃນວັນທີ 17 ເດືອນ ມີນາ 2023 ສູນສະຖິຕິແຫ່ງຊາດໄດ້ຈັດກອງປະຊຸມ ສໍາມະນາເຜີຍແຜ່ ວຽກງານສະຖິຕິໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ ຂອງ 9 ແຂວງ ເຊິ່ງ ມີ 8 ແຂວງພາກເໜືອ ແລະ 1 ແຂວງພາກກາງ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການນໍາໃຊ້ສະຖິຕິທາງການ, ກະຕຸກຊຸກຍູ້ໃຫ້ສັງຄົມປະກອບສ່ວນຂໍ້ມູນຂ່າວສານສະຖິຕິ.

ກອງປະຊຸມໄດ້ດຳເນີນເປັນເວລາ 1 ວັນ ໂດຍການເປັນປະທານຂອງທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດຮ່ວມກັບ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງ 9 ແຂວງຄື: ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ ແລະ ແຂວງວຽງຈັນ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ-ຄະນະຮັບຜິດຊອບກອງປະຊຸມ ແລະ ບັນດາແຂກເຊີນອ້ອມຂ້າງແຂວງອຸດົມໄຊ ເຂົ້າຮ່ວມ 55 ທ່ານ, ຍິງ 8 ທ່ານ. ກອງປະຊຸມດັ່ງກ່າວໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງອຸດົມໄຊ, ກອງປະຊຸມໄດ້ລາຍງານແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີ IX (2021 -2025) ກໍ່ຄື 2 ວາລະແຫ່ງຊາດຢ່າງເປັນຂະບວນຟົດຟື້ນ, ທັງຢູ່ໃນຈຸດເວລາ ທີ່ສະພາບການຂອງໂລກ ແລະ ພາກພື້ນສືບຕໍ່ຜັນແປໄປຢ່າງສັບສົນ ແລະ ມີສິ່ງທ້າທາຍໃນຫລາຍດ້ານເຊັ່ນ: ເສດຖະກິດໂລກທົດຖອຍ, ຂໍ້ຂັດແຍ້ງລະຫວ່າງປະເທດມະຫາອໍານາດ, ການຟື້ນຕົວຈາກການແຜ່ລະບາດຂອງໂຄວິດ-19 ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການນໍາໃຊ້ສະຖິຕິທາງການ, ກະຕຸກຊຸກຍູ້ໃຫ້ສັງຄົມປະກອບສ່ວນຂໍ້ມູນຂ່າວສານສະຖິຕິ, ເຜີຍແຜ່ສະຖິຕິທາງການໃຫ້ແກ່ສະມາຊິກສະພາກ່ຽວກັບຄໍາຖາມຕ່າງໆຈາກກອງປະຊຸມສະພາເພື່ອເປັນການຊີ້ແຈງ ແລະ ລົງເລິກແລກປ່ຽນອະທິບາຍ,  ເພື່ອຮັບຮູ້ ແລະ ເຂົ້າໃຈຄວາມຫຍຸ້ງຍາກຄວາມທ້າທາຍໃນການເກັບກຳ ແລະ ພັດທະນາ ຂໍ້ມູນສະຖິຕິທາການໃນລະບົບສະຖິຕິແຫ່ງຊາດ, ເພື່ອສ້າງຄວາມເຂົ້າໃຈການພັດທະນາທາງດ້ານເສດຖະກິດ, ສະພາບກໍາລັງແຮງງານ, ອັດຕາເງິນເຟີ້, ສະຖິຕິພົນລະເມືອງ, ຄວາມຄືບຫນ້າໃນການພັດທະນາດ້ານສັງຄົມເຊັ່ນ: ສຶກສາ, ສາທາ ແລະ ອື່ນໆ