
ໃນຕອນເຊົ້າຂອງວັນສຸກ, ວັນທີ 20 ເດືອນ ມີນາ 2023 ສູນສະຖິຕິແຫ່ງຊາດໄດ້ຈັດກອງປະຊຸມ ສໍາມະນາເຜີຍແຜ່ ວຽກງານສະຖິຕິໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ ຂອງ 9 ແຂວງ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການນໍາໃຊ້ສະຖິຕິທາງການ, ກະຕຸກຊຸກຍູ້ໃຫ້ສັງຄົມປະກອບສ່ວນຂໍ້ມູນຂ່າວສານສະຖິຕິ.
ກອງປະຊຸມໄດ້ດຳເນີນເປັນເວລາ 1 ວັນ ໂດຍການເປັນປະທານຂອງທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດຮ່ວມກັບ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງ 9 ແຂວງຄື: ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລາວັນ, ເຊກອງ, ຈໍາປາສັກ, ອັດຕາປື, ມີຫົວໜ້າກົມ, ຮອງກົມ ຈາກສູນສະຖິຕິແຫ່ງຊາດ ແລະ ບັນດາແຂກເຊີນອ້ອມຂ້າງແຂວງຈໍາປາສັກ ເຂົ້າຮ່ວມ 56 ທ່ານ, ຍິງ 18 ທ່ານ. ກອງປະຊຸມດັ່ງກ່າວໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ, ແຂວງຈໍາປາສັກ, ບັນດາທ່ານຜູ້ແທນເຂົ້າຮ່ວມໄດ້ຮັບຟັງການສະເໜີບັນດາຫົວຂໍ້ ແລະ ເນື້ອໃນຕ່າງໆເຊັ່ນ: ສະຫລຸບຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານສະຖິຕິຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ(ໃນນີ້: ຈະສະເໜີລວມກ່ຽວກັບການຈັດຕັ້ງລະບົບສະຖິຕິແຫ່ງຊາດ, ບົດບາດ ແລະ ໜ້າທີ່ໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງການ, ຄວາມຕ້ອງການ ແລະ ການສະໜອງຂໍ້ມູນສະຖິຕິທາງການໃນ ສປປ ລາວ, ແຜນພັດທະນາລະບົບສະຖິຕິແຫ່ງຊາດ ໂດຍສະເພາະແຜນໃນປີ 2023); ການຜະລິດຕົວຊີ້ບອກສະຖິຕິທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຮັບໃຊ້ການຕິດຕາມ ແລະ ປະເມີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ການນໍາສະເໜີກ່ຽວກັບ ລວມຍອດຜະລິດຕະພັນພາຍໃນ, ເງິນເຟີ້, ສະຖິຕິຄວາມທຸກຍາກ; ການນໍາໃຊ້ ແລະ ເຜີຍແຜ່ສະຖິຕິທາງການ.
ຈຸດປະສົງຂອງກອງປະຊຸມຂອງໃນຄັ້ງນີ້ແມ່ນເພື່ອ: ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການສົ່ງເສີມການນຳໃຊ້ສະຖິຕິທາງການ, ກະຕຸກຊຸກຍູ້ໃຫ້ສັງຄົມປະກອບສ່ວນຂໍ້ມູນຂ່າວສານສະຖິຕິ, ລະດົມປະຊາຊົນບັນດາເຜົ່າ ເຂົ້າໃນຂະບວນການເກັບກຳຂໍ້ມູນເປັນຕົ້ນການສໍາຫລວດພົນລະເມືອງ, ການສໍາຫລວດເສດຖະກີດ, ການສຳຫລວດກະສິກໍາ ສາມາດຕອບສະໜອງຂໍ້ມູນເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ່ວນໜຶ່ງກໍ່ເປັນການເຜີຍແຜ່ສະຖິຕິທາງການໃຫ້ແກ່ສະມາຊິກສະພາກ່ຽວກັບຄໍາຖາມຕ່າງໆຈາກກອງປະຊຸມສະພາເພື່ອເປັນການຊີ້ແຈງ ແລະ ລົງເລິກແລກປ່ຽນອະທິບາຍ, ເພື່ອຮັບຮູ້ ແລະ ເຂົ້າໃຈຄວາມຫຍຸ້ງຍາກຄວາມທ້າທາຍໃນການເກັບກຳ ແລະ ພັດທະນາ ຂໍ້ມູນສະຖິຕິໃນລະບົບສະຖິຕິແຫ່ງຊາດ ແລະ ເພື່ອສ້າງຄວາມເຂົ້າໃຈການພັດທະນາທາງດ້ານເສດຖະກິດ, ສະພາບກໍາລັງແຮງງານ, ອັດຕາເງິນເຟີ້, ສະຖິຕິພົນລະເມືອງ, ຄວາມຄືບຫນ້າໃນການພັດທະນາດ້ານສັງຄົມເຊັ່ນ: ສຶກສາ, ສາທາ ແລະ ອື່ນໆ.