
ວັນທີ 19 ມັງກອນ 2023 ທີສູນສະຖິຕິແຫ່ງຊາດ, ໄດ້ດຳເນີນ ກອງປະຊຸມສະຫຼຸບການວຽກງານສະຖິຕິທົ່ວປະເທດປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຂຶ້ນ ພາຍໃຕ້ຄຳຂ້ວນ ຍົກສູງຄຸນະພາບວຽກງານສະຖິຕິ ຢ່າງແຂງແຮງໃນເງື່ອນໄຂໃໝ່” ກອງປະຊຸມຈະດຳເນີນເປັນເວລາ 2 ວັນ, ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ, ມີຄະນະນຳ ແລະ ຜູ້ຕາງໜ້າຈາກ , ສູນສະຖິຕິແຫ່ງຊາດ, ບັນດາກົມຂອງ ກະຊວງແຜນການ ແລະ ການລົງທຶນ, ບັນດາກະຊວງ, ພະແນກແຜນການ ແລະ ການລົງທຶນແຂວງ, ນະຄອນຫຼວງ ແລະ ສູນສະຖິຕິປະຈຳແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມ ທັງໝົດ 130 ກ່ວາທ່ານ.
ກອງປະຊຸມສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານສະຖິຕິທົ່ວປະເທດປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023; ລົງເລິກບັນດາຫົວຂໍ້ທີ່ຄຳສັນ ຕໍ່ການປັບປຸງຄຸນນະພາບການຜະລິດຂໍ້ມູນສະຖິຕິໃນຂົງເຂດ ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ ທັງສູນກາງ ແລະ ທ້ອງຖິ່ນ ຢູ່ຂັ້ນທ້ອງຖິ່ນ ລວມທັງ ສະເໜີບັນດາ ຫຼັກການ, ການ້ສາງຖານຂໍ້ມູນ ໝົດກ້າວໄປສູ້ການຮັບປະກັນສະໜອງຂໍ້ມູນ ແລະ ຕົວຊີ້ບອກ ໃຫ້ ທັນເວລາ, ຊັດເຈນ, ຖືກຕ້ອງ ໃນເງື່ອນໄຂຄວາມຕ້ອງການໃຫມ່ ໃຫ້ແກ່ການວາງນະໂຍບາຍ ແລະ ຕິດຕາມ, ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນຂະຂອງຂະແໜງການ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ນອກຈາກນັ້ນ, ຍັງຈະໄດ້ປຶກສາຫາລື ວຽກງານປະສານງານ ແລະ ກົນໄກການລາຍງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ແລະ ນິຕິກຳວຽກງານສະຖິຕິຈຳນວນໜຶ່ງ, ທ້ອງຖິ່ນ, ພິເສດກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມ ແລະ ມີຄຳເຫັນຊີ້ນຳຕໍ່ວຽກງານສະຖິຕິ ຂອງ ທ່ານ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕຶ່ມອີກ.
ຕໍ່ຄາດໝາຍວ່າຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້ປະກອບມີ 3 ເນື້ອໃ:ການກຳນົດແຈ້ງ ແລະ ການຜະລິດ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງສູນສະຖິຕິແຫ່ງຊາດ, ກະຊວງ ແລະ ແຂວງ ໃນການ ຄິດໄລ່ ຕົວຊີ້ບອກທີ່ກຳນົດ ໃນປີ 2023, ຄວາມ ເອກພາບລະບອບການເຜີຍແຜ່ ແລະ ລາຍງານສະຖິຕິທາງການ ເພື່ອ ສະເຫນີຂັ້ນເທິງຮັບຮອງ ແລະ ປະກາດໃຊ້ ທາງການ ແະລ ການເອກະພາບ ກ່ຽວກັບ ການປັບປຸງ ສະຖິຕິ ຂະແຫນງການ ແລະ ທ້ອງຖິ່ນ ກ້າວໄປສູ່ ການສ້າງຖານຂໍ້ມູນ ແລະ ແລກປ່ຽນຂໍ້ມູນ. ແລະ ຮັບຮອງແຜນດຳເນີນງານວຽກງານສະຖິຕິທົ່ວລະບົບໃນປີ 2023 ຕຶ່ມ