ກອງປະຊຸມປຶກສາຫາລື ການປະເມີນ ການສະໜັບສະໜູນງົບປະມານຈາກພາກລັດ ແລະ ຄູ່ຮ່ວມພັດທະນາຕໍ່ວຽກງານສະຖິຕິ ຂອງ ສປປ ລາວ

ຕອນເຊົ້າ ຂອງວັນທີ 18 ທັນວາ 2019 ທ່ານ ປອ ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ຮອງ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ໄດ້ເປັນປະທານກ່າວເປີດ ແລະ ມີຄຳເຫັນ ຕໍ່ກອງປະຊຸມປຶກສາຫາລື ການປະເມີນ ການສະໜັບສະໜູນງົບປະມານຈາກພາກລັດ ແລະ ຄູ່ຮ່ວມພັດທະນາຕໍ່ວຽກງານສະຖິຕິ ຂອງ ສປປ ລາວ. ໂດຍມີທ່ານ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ຈາກກະຊວງ ຂະແໜງການ, ຄູ່ຮ່ວມພັດທະນາ (IMF, FOA, KOICA) ຄະນະຊ່ຽວຊານຈາກກອງເລຂາຮ່ວມມືດ້ານສະຖິຕິ ໃນສັດຕະວັດທີ 21 (Paris21) ເຂົ້າຮ່ວມຈຳນວນ 38 ກວ່າທ່ານ. ກອງປະຊຸມຈະໄດ້ຮັບການສະເໜີ ຈາກຊ່ຽວຊານ ກ່ຽວກັບການສະໜັບສະໜູນຈາກສາກົນ ແລະ ເຄື່ອງມື ແລະ ລະບອບວິທີການປະເມີນຈະປະເມີນວຽກດັ່ງກ່າວໃນສປປ ລາວ. ເຊິ່ງເປັນໄລຍະສຳຄັນຕໍ່ການປະເມີນກາງສະໄໝຂອງ ສປປ ລາວ ໃນການປະຕິບັດ SSDNSS_2016-2025 and Vision 2030 ແລະ ການປັບປຸງແຜນຍຸດທະສາດ, ແຜນແມ່ບົດສະຖິຕິແຫ່ງຊາດໃນຕໍ່ໜ້າ.