
ກອງປະຊຸມຄະນະຊີ້ນຳລະດັບຊາດຄັ້ງທີ 2 ຂອງການສຳຫຼວດສະຖິຕິເສດຖະກິດທົ່ວປະເທດຄັ້ງທີ
3 ປີ
2019, ໃນຄັ້ງວັນທີ
3/5/2019, ທີ່ຫອ້ງປະຊຸມກະຊວງການເງີນ
ໂດຍການເປັນປະທານ ຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະຊີ້ນໍາລະດັບຊາດ
ຂອງການສຳຫຼວດສະຖິຕິເສດຖະກິດທົ່ວປະເທດຄັ້ງທີ 3 ປີ 2019
ການສຳຫຼວດໃນຄັ້ງນີ້ແມ່ນມີຄວາມສຳຄັນໃນການປະເມີນຕີລາຄາການຂະຫຍາຍຕົວ
ແລະ ການພັດທະນາຂອງຫົວໜ່ວຍເສດຖະກິດ ທີ່ປະກອບມີຫຼາຍພາກສວ່ນເສດຖະກິດທີ່ລວມມີທັງພາຍໃນ
ແລະ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ ສປປ ລາວ, ພອ້ມດຽວກັນນັ້ນ ກໍ່ເພື່ອຮັບໃຊ້ຖານຂໍ້ມູນເສດຖະກິດແຫ່ງຊາດ
ເພື່ອຄຸ້ມຄອງຫົວໜ່ວຍພື້ນຖານເສດຖະກິດໃນການປັບປຸງສະຖິຕິທະບຽນວິສາຫະກິດ. ນອກນັ້ນ, ການສຳຫຼວດເສດຖະກິດທົ່ວປະເທດ
ຍັງເປັນການປະເມີນການຂະຫຍາຍຕົວ ຂອງເສດຖະກິດໃນ ສປປ ລາວ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສາມາດເຊື່ອມໂຍງເຂົ້າໃນຂົງເຂດເສດຖະກິດພາກພື້ນ
ແລະ ສາກົນ ໂດຍສະເພາະແມ່ນເປົ້າໝາຍການພັດທະນາແຍຍນືນຍົງ (SDG).
ຈຸດປະສົງຂອງການປະຊຸມຄະນະຊີ້ນຳ
ໃນມື້ນີ້ແມ່ນເພື່ອຮັບຟັງການລາຍງານຄວາມຄືບໜ້າຂອງການກະກຽມການສຳຫຼວດຈາກຄະນະວິຊາການຮັບຜິດຊອບກະກຽມການສຳຫຼວດ, ຈາກນັ້ນກໍຈະໄດ້ມີການປືກສາຫາລື
ປະກອບຄຳຄິດເຫັນ ແລະ ຕົກລົງຮັບຮອງເອາບັນດາຫ່າງເອກະສານຕ່າງໆ, ເພື່ອເຮັດແນວໃຫ້ການສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ
III ໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບ
ແລະ ປະສິດທິຜົນ
ຕອບກັບເຖິງ ຍົກເລີກການຕອບກັບ