ບົດຖະແຫຼງຂ່າວ ກ່ຽວກັບການສະເຫຼີມສະຫຼອງໃນວັນສະຖິຕິໂລກ ພາຍໃຕ້ຄຳຂວັນທີ່ວ່າ “ບໍ່ປະປ່ອຍຜູ້ໃດຢູ່ເບື້ອງຫຼັງ ຂອງທ່ານ ປອ. ສະໃໝຈັນ ບຸບຜາ, ຫົວໜ້າສູນສະຖິຕິແຫ່ງຊາດ, ທຽບເທົ່າຮອງລັດຖະມົນຕີ

ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍສະຖິິຕິ ໃນວັນທີ 30 ມີຖຸນາ ປີ 2010 ເຊິ່ງເປັນກົດໝາຍສະບັບທຳອິດ ຂອງ ສປປ ລາວ, ດັ່ງນັ້ນ, ລັດຖະບານຈຶ່ງໄດ້ຕົກລົງຖືເອົາວັນດັ່ງກ່າວ ເປັນວັນສະຖິຕິແຫ່ງຊາດ ແລະ ໃນປີດຽວກັນນັ້ນ ອົງການສະຫະປະຊາຊາດ ກໍ່ໄດ້ຮັບຮອງເອົາ ວັນທີ 20 ຕຸລາ ປີ 2010 ເປັນວັນສະຖິຕິໂລກ ແລະ ມາຮອດປີນີ້ກໍ່ໄດ້ໝູນວຽນບັນຈົບຄົບຮອບເປັນປີ ທີ 7 ແລ້ວ. ສຳລັບມື້ນີ້ບັນດາອົງການສະຖິຕິ ແຕ່ລະປະເທດໄດ້ຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສະຖິຕິໂລກດ້ວຍຫຼາຍຮູບແບບ. ສໍາລັບ ສປປ ລາວ ເຮົາກໍ່ແມ່ນໄດ້ຈັດປະຊຸມສໍາມະນາສະເຫຼີມສະຫຼອງ ວັນສະຖິຕິໂລກ 20 ຕຸລາ ພາຍໃຕ້ຄຳຂວັນທີ່ວ່າ: “ ບໍ່ປະປ່ອຍຜູ້ໃດຢູ່ເບື້ອງຫຼັງ ” ເຊິ່ງໃນການຈັດສຳມະນາສະເຫຼີມສະຫຼອງວັນສະຖິຕິໂລກນີ້ ພວກເຮົາໄດ້ເນັ້ນໃສ່ການນໍາສະເໜີ 3 ບັນຫາທີ່ສຳຄັນຄື:

  1. ສ້າງ ແລະ ປັບປຸງສະຖິຕິຂັ້ນທ້ອງຖິ່ນ ໂດຍການຫັນວຽກງານສະຖິຕິ ຕາມທິດຂອງມະຕິ 3 ສ້າງ
  2. ສ້າງແຜນການຜະລິດຂໍ້ມູນສະຖິຕິ ເພື່ອສະໜອງໃຫ້ແກ່ການຕິດຕາມ ແລະ ປະເມີນຜົນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs);
  3. ການເຜີຍແຜ່ຂໍ້ມູນ ທີ່ທົ່ວເຖິງ ແລະ ທັນສະໄໝ ທີ່ສາມາດເຂົ້າເຖິງໄດ້ງ່າຍ.

ໃນໄລຍະຜ່ານມາຈົນເຖິງປັດຈຸບັນນີ້ ລັດຖະບານກໍ່ເຫັນໄດ້ຄວາມສຳຄັນຂອງວຽກງານສະຖິຕິ ຕໍ່ການພັດທະນາປະເທດຊາດ. ສະຖິຕິແມ່ນມີຄວາມໝາຍຄວາມສໍາຄັນຕໍ່ການນົດນະໂຍບາຍ, ການວາງແຜນພັດທະນາເສດຖະກິດ -​ ສັງຄົມ ໃນແຕ່ລະໄລຍະ ຂອງພັກ ແລະ ລັດຖະບານ, ສະຖິຕິເປັນຕົວວັດແທກອ້າງອີງກ່ຽວກັບຜົນສຳເລັດ,​ ຂໍ້ຄົງຄ້າງ, ການປະເມີນຄວາມຄືບໜ້າ, ທັງເປັນພື້ນຖານຂອງການຄິດໄລ່ ການເບິ່ງອະນາຄົດ ຂອງການພັດທະນາປະເທດຊາດ. ສະຖິຕິຍັງເປັນບ່ອນອີງໃຫ້ແກ່ການຕິດຕາມ,​ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ,​ ການປະເມີນເປົ້າໝາຍສະຫະສະຫວັດດ້ານການພັດທະນາ ( MDGs ), ການຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ( SDGs ) ແລະ ການສ້າງຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ຮອດປີ 2025 ແລະ ວິໄສທັດຮອດ ປີ 2030, ເຖິງຢ່າງໃດກໍ່ຕາມຄວາມອາດສາມາດຂອງລະບົບສະຖິຕິ ໃນປັດຈຸບັນ ເຖິງວ່າຈະມີຄວາມຄືບໜ້າຂຶ້ນເລື້ອຍໆ ແຕ່ພວກເຮົາຕ້ອງຮັບຮູ້ວ່າ ພວກເຮົາຍັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການຢ່າງຄົບຖ້ວນຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ໃນເງື່ອນໄຂທີ່ ສປປ ລາວ ກ້າວເຂົ້າສູ່ການພັດທະນາ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ອີກດ້ານໜຶ່ງເຖິງພວກເຮົາຈະມີກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ ກໍຕາມແຕ່ພວກເຮົາກໍ່ຍັງປະເຊີນໜ້າກັບຂໍ້ຈຳກັດ ທາງດ້ານບຸກຄະລາກອນທີ່ຊໍານານງານ, ດ້ານການຄຸ້ມຄອງບໍລິຫານ, ງົບປະມານ ແລະ ວັດຖຸອຸປະກອນເປັນຕົ້ນ.

ດັ່ງນັ້ນ, ຈິ່ງມີຄວາມຈຳເປັນຕ້ອງສ້າງຄວາມເຂົ້າໃຈໃຫ້ເປັນເອກະພາບ ແລະ ຍົກຖານນະບົດບາດ ໃນການຈັດຕັ້ງປະຕິບັດວຽກງານ ເກັບກຳຂໍ້ມູນສະຖິຕິ, ການສັງລວມ ແລະ ການສ້າງຖານຂໍ້ມູນສະຖິຕິໃຫ້ເປັນລະບົບ ເພື່ອພັດທະນາລະບົບສະຖິຕິິ ເວົ້າລວມ ເວົ້າສະເພາະກໍ່ແມ່ນເພື່ອຕອບສະໜອງຂໍ້ມູນສະຖິຕິທີ່ສຳຄັນໃຫ້ແກ່ການຕິດຕາມ ແລະ ການປະເມີນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ກໍ່ຄືການກະກຽມປະເມີນກາງສະໄໝ. ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ 8.

ເພື່ອເຮັດໃຫ້ລະບົບສະຖິຕິແຫ່ງຊາດ ໄດ້ຮັບການປັບປຸງ ແລະ ມີຄວາມເຂັ້ມແຂງ ສາມາດຕອບສະຫນອງຂໍ້ມູນສະຖິຕິທາງການ ໃຫ້ໄດ້ຕາມຄວາມຕ້ອງການພື້ນຖານຕໍ່ກັບບັນຫານີ້ຜູ້ບໍລິຫານຂອງສູນສະຖິຕິແຕ່ລະຂັ້ນໄດ້ເອົາໃຈໃສ່ໃນການເກັບກຳ, ສັງລວມ, ການຜະລິດຂໍ້ມູນສະຖິຕິ,​ ການສະ   ໜອງ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງການ ແລະ ການປະສານງານຮ່ວມມືກັບພາກສ່ວນຕ່າງໆ ທັງພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ.

ການຜະລິດສະຖິຕິ ຂອງສູນສະຖິຕິແຫ່ງຊາດ ເຊິ່ງແບ່ງອອກເປັນ 2 ປະເພດຄື: ຜົນຜະລິດທີ່ໄດ້ຈາກການສຳຫຼວດສະຖິຕິ ແລະ ຜົນຜະລິດທີ່ໄດ້ຈາກການລາຍງານບໍລິຫານ.

ຜົນຜະລິດອັນທີໜຶ່ງ ແມ່ນຜົນຜະລິດທີ່ໄດ້ຈາກການ ສໍາຫຼວດສະຖິຕິ ປະກອບມີ 3 ປະເພດຂອງການສໍາຫຼວດ ມີຄື: ການສຳຫຼວດໃຫຍ່, ການສໍາຫຼວດຕົວແທນ ແລະ ການສໍາຫຼວດສະເພາະ. ສູນສະຖິຕິແຫ່ງຊາດ ເປັນເຈົ້າການໃນການຈັດຕັ້ງປະຕິບັດການສຳຫຼວດໃຫຍ່, ການສຳຫຼວດຕົວແທນລະດັບຊາດ ແລະ ການສຳຫຼວດສະເພາະທີ່ໄດ້ກຳນົດໄວ້ຢູ່ໃນ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດ ໃນແຕ່ລະໄລຍະ. ໃນໄລຍະຜ່ານມາສູນສະຖິຕິແຫ່ງຊາດ ໄດ້ດຳເນີນການສຳຫຼວດໃຫຍ່ ເຊິ່ງປະກອບມີດັ່ງນີ້:

  1. ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ໄດ້ດຳເນີນການສໍາຫຼວດມາແລ້ວ 4 ຄັ້ງ, ຄັ້ງທີ 1 ປີ 1985, ຄັ້ງທີ 2 ປີ 1995, ຄັ້ງທີ 3 ປີ 2005 ແລະ ຄັ້ງທີ 4 ປີ 2015 ແມ່ນຈັດຕັ້ງປະຕິບັດທຸກໆ 10 ປີ.
  2. ການສຳຫຼວດສະຖິຕິກະສິກຳທົ່ວປະເທດ ໄດ້ດຳເນີນການສຳຫຼວດມາແລ້ວ 2 ຄັ້ງ, ຄັ້ງທີ 1 ປີ 1998/99 ແລະ ຄັ້ງທີ 2 ປີ 2010/11 ແມ່ນຈັດຕັ້ງປະຕິບັດທຸກໆ 10 ປີ.
  3. ການສຳຫຼວດເສດຖະກິດທົ່ວປະເທດ ແລະ ໄດ້ດໍາເນີນການສຳຫຼວດມາແລ້ວ 2 ຄັ້ງ, ຄັ້ງທີ 1 ປີ 2006 ແລະ ຄັ້ງທີ 2 ປີ 2013 ແມ່ນຈັດຕັ້ງປະຕິບັດທຸກໆ 5 ປີ.

ນອກຈາກການສຳຫຼວດໃຫຍ່ທີ່ໄດ້ກ່າວມານັ້ນ ສູນສະຖິຕິແຫ່ງຊາດ ຍັງໄດ້ເຮັດການສຳຫຼວດຕົວແທນເປັນຕົ້ນ:

  1. ການສຳຫຼວດການຊົມໃຊ້ ແລະ ການໃຊ້ຈ່າຍຂອງຄົວເຮືອນ ໃນໄລຍະຜ່ານມາແມ່ນໄດ້ດຳເນີນການສຳຫຼວດ ມາແລ້ວ 5 ຄັ້ງ, ຄັ້ງທີ 1 ປີ 1992/1993 , ຄັ້ງທີ 2 ປີ 1997/1998, ຄັ້ງທີ 3 ປີ 2002/2003, ຄັ້ງທີ 4 ປີ 2007/2008 ແລະ ຄັ້ງທີ 5 ປີ 2012/2013 ແມ່ນຈັດຕັ້ງປະຕິບັດທຸກໆ 5 ປີ.
  2. ການສຳຫຼວດແຮງງານ ແລະ ການນໍາໃຊ້ແຮງງານເດັກ ປີ 2010 ການສຳຫຼວດດັ່ງກ່າວແມ່ນຈັດຕັ້ງປະຕິບັດໃນທຸກໆ 5 ປີ.
  3. ການສຳຫຼວດຊະນີໝາຍສັງຄົມ ໄດ້ດໍາເນີນການສໍາຫຼວດ ມາ ແລ້ວ 2 ຄັ້ງ, ຄັ້ງທີ 1 ປີ 2010, ຄັ້ງທີ 2 ປີ 2017 ການສຳຫຼວດດັ່ງກ່າວແມ່ນຈັດຕັ້ງປະຕິບັດໃນທຸກໆ 5 ປີ.
  4. ການສຳຫຼວດອື່ນໆ

ຜົນຜະລິດສະຖິຕິອັນທີ ສອງ ທີ່ໄດ້ຈາກການລາຍງານບໍລິຫານ ແມ່ນປະກອບມີ 2 ປະ ເພດຄື: ການລາຍງານສະຖິຕິ ຈາກຫົວໜ່ວຍະພື້ນຖານ ການຈັດຕັ້ງຂອງລັດ ແລະ ການລາຍງານສະຖິຕິຈາກຫົວໜ່ວຍພື້ນຖານການຈັດຕັ້ງບໍ່ແມ່ນຂອງລັດ.

ການລາຍງານບໍລິຫານທັງສອງປະເພດແມ່ນດຳເນີນດ້ວຍການເກັບກຳ, ການສັງລວມ ແລະ ການລາຍງານຢ່າງເປັນປົກກະຕິ ຕາມພາລະບົດບາດຂອງຕົນ. ສູນສະຖິຕິແຫ່ງຊາດ ໄດ້ສັງລວມຂໍ້ມູນສະຖິ ຕິທາງການ ຈາກບັນດາຂະແໜງການທີ່ເປັນຕົວຊີ້ບອກລະດັບຊາດ ເພື່ອສ້າງເປັນປຶ້ມສະຖິຕິປະຈໍາປີ ຂອງສູນສະຖິຕິແຫ່ງຊາດ ເຊິ່ງປະກອບມີຕົວຊີ້ບອກເສດຖະກິດ – ສັງຄົມ  ເຊິ່ງຖານຂໍ້ມູນແມ່ນໄດ້ສ້າງຂຶ້ນນັບແຕ່ປີ 1975 ເປັນຕົ້ນມາ ເຖິງປັດຈຸບັນ.

ປື້ມສະຖິຕິປະຈໍາປີ ແມ່ນຈັດພິມໂດຍ ສູນສະຖິຕິແຫ່ງຊາດ , ກະຊວງແຜນການ ແລະ ການລົງທຶນ. ປຶ້ມສະຖິຕິປະຈຳປີ ໄດ້ສັງລວມເອົາຂໍ້ມູນພື້ນຖານຈາກການສຳຫຼວດຈໍານວນໜຶ່ງ ຂອງສູນສະຖິຕິແຫ່ງຊາດ ແລະ ການລາຍງານຈາກບັນດາກະຊວງທີ່ກ່ຽວຂ້ອງ ສ່ອງແສງໃຫ້ເຫັນສະພາບການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ໃນປີຜ່ານມາ. ສູນສະຖິຕິແຫ່ງຊາດ ມີໜ້າທີ່ຮັບຜິດຊອບໃນບາງບັນດາຕົວຊີ້ບອກ ທີ່ສຳຄັນຂອງເສດຖະກິດມະຫາພາກ ເປັນຕົ້ນແມ່ນ ລວມຍອດຜະລິດຕະພັນພາຍໃນ (​ GDP ), ສະຖິຕິລາຄາ, ອັດຕາເງິນເຟີ້ ແລະ ພົນລະເມືອງ ເພື່ອສະໜອງໃຫ້ແກ່ພັກ – ລັດຖະບານ ແລະ ພາກສ່ວນອື່ນໆ ເພື່ອນໍາໃຊ້ເຂົ້າໃນວຽກງານການວາງແຜນພັດທະນາເສດຖະກິດ -​ ສັງຄົມ ການຄົ້ນຄວ້າ ແລະ ອື່ນໆ. ພ້ອມກັນນີ້, ບາງຂໍ້ມູນຢູ່ໃນປື້ມ ສະຖິຕິນີ້ ແມ່ນໄດ້ມີ ການຄາດຄະເນ ສໍາລັບຂໍ້ມູນທີ່ ເກັບກໍາບໍ່ໄດ້ປົກກະຕິ ແລະ ເພື່ອຕອບສະຫນອງຄວາມຕ້ອງການ ຂອງຜູ້ນໍາໃຊ້ທົ່ວໄປ. ນອກຈາກນີ້, ຂໍ້ມູນສາກົນສ່ວນຫນື່ງ ກໍ່ໄດ້ປະກອບເຂົ້າໃນ ປື້ມສະຖິຕິປະຈໍາປີ ເພື່ອເປັນຂ່າວສານອ້າງອີງ ໃຫ້ແກ່ການສືກສາ, ຄົ້ນຄວ້າ ແລະ ການສົມທຽບຂໍ້ມູນ ລະຫວ່າງຊາດ.

 

ໂດຍລວມແລ້ວການລາຍງານສະຖິຕິທາງການ ຂອງສູນສະຖິຕິແຫ່ງຊາດ ທີ່ໄດ້ຈາກການລາຍງານບໍລິຫານ ແມ່ນມີບາງຕົວຊີ້ບອກ ສາມາດຜະລິດໄດ້ເປັນປະຈຳເດືອນ ເປັນຕົ້ນແມ່ນ ສະຖິຕິລາຄາ. ສ່ວນບັນດາຕົວຊີ້ບອກອື່ນໆ ແມ່ນຜະລິດເປັນປະຈໍາປີ.

  • ສະຖິຕິລາຄາ ໂດຍສະເພາະແມ່ນ ອັດຕາເງິນເຟີ້, ລາຄາສິນຄ້າໃນທ້ອງຕະຫຼາດ, ດັດຊະນີລາຄາການຊົມໃຊ້ ໃນ ສປປ ລາວ ແມ່ນສາມາດລາຍງານໄດ້ທຸກໆ ວັນທີ 5 ຂອງເດືອນຖັດມາ.
  • ພວກເຮົາໄດ້ລາຍງານຕົວເລກລວມຍອດຜະລິດຕະພັນພາຍໃນ (​ GDP ) ເປັນປະຈຳປີ ເຊິ່ງປະກອບມີ :
  • ລາຍງານຕົວເລກຄາດຄະເນເບື້ອງຕົ້ນໝົດປີ ໂດຍອີງໃສ່ຕີລາຄາສະພາບຈາກຂໍ້ມູນ 6 ເດືອນຕົ້ນປີ ເຊິ່ງສາມາດລາຍງານໄດ້ໃນໄລຍະ ເດືອນ 6-7.
  • ລາຍງານຕົວເລກຄາດຄະເນປະຕິບັດໝົດປີ ໂດຍອີງໃສ່ຕົວເລກ 9 ເດືອນ ເພື່ອຕີລາຄາ, ເຊິ່ງສາມາດລາຍງານໄດ້ໃນໄລຍະ ເດືອນ 10-11.
  • ລາຍງານຕົວເລກຂາດຕົວໝົດປີ ແລະ ພະຍາກອນ ປີຕໍ່ໄປ ແມ່ນສາມາດລາຍງານໄດ້ໃນເດືອນ 3 ຂອງປີຖັດໄປ.

ການລາຍງານຜົນທີ່ໄດ້ຈາກການສຳຫຼວດແມ່ນອີງຕາມແຕ່ລະການສຳຫຼວດ ເປັນຕົ້ນ:

  • ຜົນຂອງການສຳຫຼວດໃຫຍ່ ແມ່ນສາມາດລາຍງານໄດ້ພາຍຫຼັງສໍາເລັດການສໍາຫຼວດແລ້ວ 6 ເດືອນ ແມ່ນສາມາດລາຍງານຜົນເບື້ອງຕົ້ນ ແລະ 1 ປີ ແມ່ນສາມາດລາຍງານຜົນຂອງການສໍາຫຼວດຂາດຕົວ.
  • ສ່ວນການສຳຫຼວດຕົວແທນ ແລະ ການສຳຫຼວດສະເພາະ ແມ່ນສາມາດລາຍງານໄດ້ ພາຍຫຼັງສຳເລັດການສຳຫຼວດ 1 ປີ.

ການເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນສະຖິຕິທາງການ

  • ຜູ້ນຳໃຊ້ສາມາດເຂົ້າເຖິງ ແລະ ນໍາໃຊ້ ຂໍ້ມູນສະຖິຕິທາງການໄດ້ ໂດຍຜ່ານຮູບແບບການເຜີຍແຜ່ ຂອງລະບົບການຈັດຕັ້ງສະຖິຕິແຫ່ງຊາດ, ເຊິ່ງປະກອບມີ 2 ປະເພດຂອງຂໍ້ມູນຄື:
  1. ຂໍ້ມູນທີ່ເປັນຕົວຊີ້ບອກ ( ສະຖິຕິທາງການ )
  2. ຂໍ້ມູນດິບ
  • ຜູ້ນໍາໃຊ້ສາມາດເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນສະຖິຕິທາງການ ຂອງສູນສະຖິຕິແຫ່ງຊາດ ໂດຍຜ່ານທາງເວັບໄຊ ຂອງສູນສະຖິຕິແຫ່ງຊາດ lsb.gov.la, www.Laoinfo, gov.la, Lao Decide.la ທ່ານສາມາດດາວໂລດ ເອົາບົດລາຍງານສະຖິິຕິປະຈຳປີ ແລະ ບົດລາຍງານຈາກການສຳຫຼວດ ຫຼື ຜູ້ນຳໃຊ້ສາມາດເຂົ້າມາພົວພັນເອົາຂໍ້ມູນໂດຍກົງ ກັບກົມບໍລິການສະຖິຕິ,​ ສູນສະຖິຕິແຫ່ງຊາດ.

ນອກຈາກນີ້ຍັງມີລະບົບຖານຂໍ້ມູນ Laoinfo ຂອງບັນດາແຂວງ ທີ່ສູນສະຖິຕິປະຈຳແຂວງເປັນຜູ້ສ້າງຂຶ້ນ, ເຊິ່ງໃນປັດຈຸບັນ ມີ 5 ແຂວງທີ່ສາມາດເຜີຍແຜ່ຜ່ານທາງເວບໄຊ ເຊິ່ງມີບັນດາແຂວງລຸ່ມນີ້:

  1. ສາລະວັນອິນໂຟ
  2. ເຊກອງອິນໂຟ
  3. ຈຳປາສັກອິນໂຟ
  4. ອັດຕະປືອິນໂຟ
  5. ອຸດົມໄຊອິນໂຟ

ທິດທາງແຜນການກ່ຽວກັບການຜະລິດສະຖິຕິໃນຕໍ່ໜ້າ

ເພື່ອເຮັດໃຫ້ວຽກງານເຜີຍແຜ່ຂໍ້ມູນສະຖິຕິ ໄດ້ເຂົ້າເຖິງທຸກພາກສ່ວນໃນສັງຄົມຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ໃນປີ 2018 ນີ້ ສູນສະຖິຕິແຫ່ງຊາດ ໄດ້ມີທິດທາງແຜນການດັ່ງນີ້:

  • ພວກເຮົາຈະເກັບກຳ, ສັງລວມ ແລະ ຜະລິດຂໍ້ມູນສະຖິຕິ ເປັນປະຈໍາທຸກໆເດືອນ ແລະ ທຸກງວດ ເພື່ອກ້າວໄປເຖິງຕົວຊີ້ບອກຕ່າງໆ ເປັນປະຈໍາງວດ ໂດຍສະເພາະການເກັບກຳຂໍ້ມູນຂັ້ນຮາກຖານຕ້ອງໃຫ້ຄົບຖ້ວນ, ຊັດເຈນ ແລະ ການຜະລິດສະຖິຕິຕ້ອງຮັບປະກັນທາງດ້ານຄຸນນະພາບ.
  • ການລາຍງານຂໍ້ມູນສະຖິຕິທາງການ ຕ້ອງໃຫ້ສາມາດສ່ອງແສງໄດ້ ເຖິງຄວາມອາດສາມາດ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ ໃນແຕ່ລະໄລຍະເປັນຕົ້ນແມ່ນ 6 ເດືອນຕົ້ນປີ, ໝົດປີ, ກາງສະໄໝ ແລະ ໝົດສະໄໝ. ເພື່ອໃຫ້ສາມາດສ່ອງແສງບັນຫາດັ່ງກ່າວ ບົດສະຫຼຸບໝົດປີປະຕິທິນໃຫ້ສາມາດລາຍງານໄດ້ ໃນເດືອນ 3 ຂອງປີຖັດມາ.
  • ການເຜີຍແຜ່ຂໍ້ມູນສະຖິຕິທາງການ ຕ້ອງຮັບປະກັນຄວາມເປັນເອກະພາບທາງດ້ານຂໍ້ມູນສະຖິຕິ ໃນແຕ່ລະຕົວຊີ້ບອກ ຕ້ອງໃຫ້ເປັນຕົວເລກດຽວກັນ ໃນທົ່ວລະບົບສະຖິຕິແຫ່ງຊາດ
  • ການເຜີຍແຜ່ຂໍ້ມູນສະຖິຕິທາງການຕ້ອງໃຫ້ກວ້າງຂວາງ ແລະ ສາມາດເຂົ້າເຖິງໄດ້ງ່າຍ
  • ແຜນຂອງການສຳຫຼວດ ໃນຕໍ່ໜ້າ ມີດັ່ງນີ້:
  • ການສຳຫຼວດເສດຖະກິດທົົ່ວປະເທດ ຄັ້ງທີ 3 ປີ 2018
  • ການສຳຫຼວດກະສິກຳທົ່ວປະເທດຄັ້ງ ທີ 3 ປີ 2018
  • ການສໍາຫຼວດການຊົມໃຊ້ ແລະການໃຊ້ຈ່າຍຂອງຄົວເຮືອນ ຄັ້ງທີ 6 ປີ 2018
  • ການສຳຫຼວດວິສາຫະກິດປະຈໍາປີ
  • ການສໍາຫຼວດວິສາຫະກິດປະຈໍາງວດ ( ສໍາລັບ QGDP ແລະ PPI )

ໃນການຖະແຫຼງຂ່າວໃນຄັ້ງນີ້ ເປັນບາດກ້າວທີ່ສໍາຄັນໃນການສ້າງຄວາມເຂົ້າໃຈຕໍ່ກັບວຽກງານສະຖິຕິໃຫ້ແກ່ສື່ມວນຊົນ ເພື່ອສະແດງໃຫ້ເຫັນໄດ້ໃນການປະກອບ ສ່ວນ ຂອງວຽກງານສະຖິຕິ ເຂົ້າໃນການພັດທະນາປະເທດຊາດ ແລະການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ຂ້າພະເຈົ້າຂໍຝາກຄວາມຫວັງກັບບັນດາທ່ານ ໃນການນໍາເອົາເນື້ອໃນຂອງການພົບປະໃນຄັ້ງນີ້ໄປເຜີຍແຜ່ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ແລະຫວັງຢ່າງຍິ່ງວ່າພວກຂ້າພະເຈົ້າຈະໄດ້ເຮັດວຽກນໍາບັນດາທ່ານຢ່າງເປັນປົກກະຕິ ໃນຄັ້ງຕໍ່ໄປ.

 

Be the first to comment

Leave a Reply

Your email address will not be published.


*