ບົດຖະແຫຼງຂ່າວ ທ່ານ ນາງ ພອນສະຫຼີ ສຸກສະຫວັດ, ຮອງຫົວໜ້າ ສູນສະຖິຕິແຫ່ງຊາດ

ຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ IV ປີ 2015. ສຳລັບ ສປປ ລາວ ທຸກໆ 10 ປີໃດ ແມ່ນໄດ້ມີການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະຖິຕິ ຊຶ່ງເປັນການສຳຫຼວດໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນຕ້ອງໄດ້ຈັດຕັ້ງປະຕິບັດສຳລັບບັນດາປະເທດທີ່ຢູ່ໃນພາກພື້ນ ແລະ ສາກົນ ພາຍໃຕ້ຂໍ້ແນະນຳຂອງພະແນກສະຖິຕິ ຂອງອົງການສະຫະປະຊາຊາດ. ການສໍາຫຼວດຄັ້ງທຳອິດແມ່ນໄດ້ດຳເນີນ ໃນປີ 1985 ເປັນຕົ້ນມາ ແລະ ຄັ້ງຫຼ້າສຸດ ແມ່ນ ປີ 2015 ຜ່ານມານີ້ ໂດຍນຳໃຊ້ງົປະມານທັງໝົດ 7.2 ລ້ານ ໂດລາສະຫະລັດ. ພ້ອມກັນນີ້ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈນຳພົນລະເມືອງລາວທຸກຄົນ ແລະ ຄົນຕ່າງ ປະເທດທີ່ອາໄສຢູ່ ສປປ ລາວ ທີ່ໃຫ້ການຮ່ວມມືໃນການຕອບຄຳຖາມຂອງພະນັກງານນັກເດີນສຳຫຼວດປະມານ 28,000 ຄົນ ຂອງພວກເຮົາ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ IV ປີ 2015 ຄັ້ງນີ້ ແມ່ນໄດ້ສະໜອງຂໍ້ມູນສະຖິຕິທີ່ມີຄວາມສຳຄັນ ເພື່ອຮັບໃຊ້ເຂົ້່າໃນການວາງແຜນ, ການຕັດສິນໃຈ ແລະ ການສ້າງນະໂຍບາຍຂອງລັດຖະບານ. ການສຳຫລວດໃຫຍ່ນີ້ໄດ້ເກັບກຳຂໍ້ມູນຂ່າວສານກ່ຽວກັບພົນລະເມືອງທຸກຄົນໃນຂອບເຂດປະເທດ, ຊຶ່ງເປັນຂໍ້ມູນທີ່ມີຄຸນປະໂຫຍດຫຼາຍຕໍ່ກັບການວາງແຜນພັດທະນາປະເທດ ເພື່ອຫຼຸດຜ່ອນຄວາມທຸກຍາກ, ປັບປຸງລະບົບການບໍລິການທາງດ້ານສາທາລະນະສຸກ, ການສຶກສາ, ແຫຼ່ງນໍ້າດື່ມ, ສຸຂະນາໄມ ແລະ ພື້ນຖານໂຄງລ່າງ, ລວມທັງການສົ່ງເສີມບົດບາດຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ.

ບົດລາຍງານລະດັບຊາດຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ IV ປີ 2015 ນີ້ ປະກອບມີເນື້ອໃນ ແລະ ຂໍ້ມູນອັນລະອຽດທີ່ແບ່ງຕາມຄຸນລັກສະນະດ້ານປະຊາກອນ ແລະ ເສດຖະກິດ-ສັງຄົມຂອງພົນລະເມືອງ ແລະ ຄົວເຮືອນໃນລະດັບປະເທດ ແລະ ແຂວງ. ຜົນການສຳຫຼວດໄດ້ຊີ້ໃຫ້ເຫັນເຖິງການປ່ຽນແປງທາງດ້ານປະຊາກອນ ແລະ ທີ່ຢູ່ອາໄສໃນໄລຍະ 10 ປີ ຜ່ານມາ. ນອກຈາກບົດລາຍງານລະດັບຊາດແລ້ວ ສູນສະຖິຕິແຫ່ງຊາດຍັງຈະສືບຕໍ່ສ້າງບົດລາຍງານລະດັບແຂວງ ແລະ ບົດລາຍງານຂອງການວິໄຈລົງເລິກລະອຽດທາງດ້ານພົນລະເມືອງ ແລະ ທີ່ຢູ່ອາໄສໃນຫຼາຍຫົວຂໍ້. ຫວັງວ່າຂໍ້ມູນຂ່າວສານທັງໝົດທີ່ໄດ້ຮັບຈາກການສຳຫຼວດຄັ້ງນີ້ຈະຖືກນຳໃຊ້ຢ່າງກວ້າງຂວາງເຂົ້າໃນການວາງແຜນການ, ການຕິດຕາມ ແລະ ປະເມີນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII (2016-2020) ແລະ ເປົ້າໝາຍການພັດທະນາແບບຍືນຍົງ. ບາງຂໍ້ມູນຂ່າວສານທີ່ສຳຄັນຈາກຜົນການສຳຫຼວດດັ່ງກ່າວມີດັ່ງນີ້:

I ພົນລະເມືອງ ແລະ ການແຈກຢາຍຂອງພົນລະເມືອງ

ຈຳນວນພົນລະເມືອງ ສປປ ລາວ ມີຈຳນວນ 6,492,228 ຄົນ ປີ 2015 ເພີ້ມຂຶ້ນຈາກ 5,621,982 ຄົນ ປີ 2005 ໃນນັ້ນ ມີຍິງ 3,235,458 ຄົນ ແລະ ມີຊາຍ 3,254,770 ຄົນ. ເຫັນວ່າ ມີຜູ້ຊາຍຫຼາຍກວ່າແມ່ຍິງ ເຊີ່ງມັນສະແດງອອກໃນອັດຕາສ່ວນເພດ ແມ່ນ ຜູ້ຊາຍ 101 ຄົນ ຕໍ່ແມ່ຍິງ 100 ຄົນ;
ອັດຕາການເພີ່ມຂຶ້ນໂດຍສະເລ່ຍຂອງພົນລະເມືອງ ແມ່ນມີທ່າອ່ຽງຫຼຸດລົງເຖິງ 1.45 ສ່ວນຮ້ອຍຕໍ່ປີ ໃນໄລຍະ 2005-2015 ເມື່ອທຽບກັບ 2.08 ສ່ວນຮ້ອຍຕໍ່ປີໃນໄລຍະ 1995-2005;
1 ສ່ວນ 3 ຂອງພົນລະເມືອງທັງໝົດ (32 ສ່ວນຮ້ອຍ ແມ່ນຢູ່ໃນໝວດອາຍຸ 10-24 ປີ). ໃນປີ 2015 ພົນລະເມືອງທີ່ເອື່ອຍອີງ (0-14 ປີ ແລະ 65 ປີຂື້ນໄປ) ມີ 57 ຄົນຕໍ່ພົນລະເມືອງ 100 ຄົນໃນເກນອາຍຸກຳລັງແຮງງານທຽບໃສ່ປີ 2005 ແມ່ນມີ 77 ຄົນ.
ການແຈກຢາຍຂອງພົນລະເມືອງໃນ ສປປ ລາວ ແມ່ນບໍ່ມີການປ່ຽນແປງຫຼາຍ, ສ່ວນໃຫຍ່ ແມ່ນອາໄສຢູ່ແຂວງສະຫວັນນະເຂດເຊີ່ງກວມ ເອົາ 15 ສ່ວນຮ້ອຍ ຂອງຈຳນວນພົນລະເມືອງທັງໝົດ, ຖັດຈາກນັ້ນແມ່ນ ນະຄອນ ຫຼວງວຽງຈັນ ກວມປະມານ 13 ສ່ວນຮ້ອຍ. ແຂວງຈຳປາສັກ ກວມເອົາ 11 ສ່ວນຮ້ອຍ, ແລະ ຫຼວງພະບາງກວມ 7 ສ່ວນຮ້ອຍ. ແຂວງທີ່ມີຄົນອາໄສຢູ່ໜ້ອຍກວ່າໝູ່ ແມ່ນ ແຂວງໄຊສົມ ບູນ ເຊີ່ງກວມປະມານ 1 ສ່ວນຮ້ອຍ ຂອງພົນລະເມືອງທັງໝົດ.
ອັດຕາສ່ວນຂອງພົນລະເມືອງທີ່ອາໄສຢູ່ໃນເຂດຕົວເມືອງແມ່ນເພີ່ມຂື້ນຈາກ 27 ສ່ວນຮ້ອຍໃນປີ 2005 ເປັນ 33 ສ່ວນຮ້ອຍໃນປີ 2015, ໂດຍລວມ ພົນລະເມືອງທີ່ອາໄສຢູ່ເຂດຊົນນະບົດແມ່ນຫຼຸດລົງຈາກ 73 ສ່ວນຮ້ອຍໃນປີ 2005 ເປັນ 67 ສ່ວນຮ້ອຍ ໃນປີ 2015.
ຄວາມໜາແໜ້ນຂອງພົນລະເມືອງ ສປປ ລາວ ເຮົາໃນ 10 ຜ່ານມາ ກໍເພີ່ມເລັກນ້ອຍຈາກ 23 ມາເປັນ 27 ຄົນຕໍ່ກິໂລຕາແມັດ ເຫັນວ່າຍັງຕ່ຳ ເມື່ອທຽບໃສ່ຂົງເຂດ. ນະຄອນຫລວງວຽງຈັນ ມີຄວາມໜາແໜ້ນສູງກວ່າໝູ່ ຄື 209 ຄົນຕໍ່ກິໂລຕາແມັດ ແລະ ຄວາມໜາແໜ້ນ ໜ້ອຍກວ່າໝູ່ ແມ່ນ ຢູ່ແຂວງຜົ້ງສາລີ ມີພຽງປະມານ 11 ຄົນ ຕໍ່ກິໂລຕາແມັດ.
II ຊົນເຜົ່າ ແລະ ສາສະໜາໃນລາວ

ໃນຈຳນວນພົນລະເມືອງລາວທັງໝົດຊົນເຜົ່າລາວມີປະມານ 53 ສ່ວນຮ້ອຍ, ຊົນເຜົ່າກືມມຸກວມ 11ສ່ວນຮ້ອຍ, ຊົນເຜົ່າມົ້ງປະມານ 9 ສ່ວນຮ້ອຍ, ຜູ້ໄທຫຼາຍກວ່າ 3 ສ່ວນຮ້ອຍ, ຊົນເຜົ່າໄຕ 3 ສ່ວນຮ້ອຍຊົນເຜົ່າມະກອງ 3 ສ່ວນຮ້ອຍ, ຊົນເຜົ່າກະຕາງ, ອາຄາ ແລະ ລື້ ມີສັດສ່ວນເກືອບເທົ່າກັນປະມານ 2 ສ່ວນຮ້ອຍ ແລະ ເຜົ່າໆກວມເອົາປະມານ 12 ສ່ວນຮ້ອຍ.
ສາສະໜາພຸດແມ່ນສາສະໜາທີ່ພົນລະເມືອງຢູໃນ ສປປ ລາວ ເຊື່ອຖືຫຼາຍກວ່າໝູ່ຊື່ງກວມເອົາປະມານ 65 ສ່ວນຮ້ອຍ, ສາສະໜາຄຼິດຕຽນກວມເອົາປະມານ 2 ສ່ວນຮ້ອຍ, ສ່ວນພົນລະມືອງທີ່ບໍ່ເຊື່ອຖືສາສະໜາ ຫຼື ບັນພະບູລຸດແມ່ນກວມເອົາປະມານ 31 ສ່ວນຮ້ອຍ ແລະ ເຊື່ອຖືສາສະໜາອື່ນໆແມ່ນປະມານ 2 ສ່ວນຮ້ອຍ.
III ອັດຈາການເກີດ, ການຕາຍ ແລະ ອາຍຸຍືນສະເລ່ຍ

ອັດຕາການຈະເລີນພັນລວມແມ່ນຢູ່ໃນລະດັບ 3.2 ຄົນ ເຊີ່ງໝາຍຄວາມວ່າແມ່ຍີງໃນໄວຈະເລີນພັນອາຍຸ 15-49 ປີ ໂດຍສະເລ່ຍແມ່ນຜູ້ໜື່ງມີລູກ 3.2 ຄົນ. ໂດຍລວມແລ້ວ ແມ່ຍີງຢູ່ໃນເຂດຊົນນະບົດແມ່ນເຫັນວ່າມີລູກຫຼາຍກວ່າແມ່ຍິງໃນເຂດຕົວເມືອງ. ສຳລັບອັດຕາການຈະເລີນພັນຕາມໝວດອາຍຸຂອງແມ່ຍີງ ໂດຍສະເພາະແມ່ຍີງ ທຸກໆ 1,000 ຄົນ ໃນໝວດອາຍຸ 15-49 ປີ ແມ່ນໄດ້ເກີດລູກໃໝ່ປະມານ 76 ຄົນ ພາຍໃນ 1 ປີ. ຖ້າສົມທຽບລະຫວ່າງຕົວເມືອງ ແລະ ຊົນນະບົດກໍ່ຈະເຫັນວ່າແມ່ຍິງໃນໝວດອາຍຸດັ່ງກ່າວ ຢູ່ໃນເຂດຊົນນະບົດຈະເກີດລູກຫຼາຍກວ່າພວກຢູ່ໃນເຂດຕົວເມືອງ.
ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 1 ປີ ແມ່ນມີທ່າອ່ຽງຫຼຸດລົງຈາກ 70 ຄົນຕໍ່ເດັກເກີດມີຊີວິດ 1.000 ຄົນ ໃນປີ 2005 ມາເປັນ 57 ຄົນ ຕໍ່ເດັກເກີດມີຊີວິດ 1.000 ຄົນ ໃນປີ 2015, ອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີແມ່ນມີທ່າອ່ຽງຫຼຸດລົງຈາກ 98 ຄົນຕໍ່ເດັກເກີດມີຊີວິດ 1,000 ຄົນ ໃນປີ 2005 ມາເປັນ 86 ຄົນຕໍ່ເດັກເກີດມີຊີວິດ 1,000 ຄົນ ໃນປີ 2015. ແລະ ອັດຕາການຕາຍຂອງແມ່ແມ່ນມີທ່າອ່ຽງຫຼຸດລົງຈາກ 405 ຄົນຕໍ່ການເກີດມີຊີວິດ 100,000 ຄົນ ໃນປີ 2005 ມາເປັນ 206 ຄົນຕໍ່ການເກີດມີຊີວິດ 100,000 ຄົນ ໃນປີ 2015.
ອາຍຸຍືນສະເລ່ຍຂອງແມ່ຍິງແມ່ນເພີ້ມຂຶ້ນ ຈາກ 63 ປີ ໃນປີ 2005 ມາເປັນ 65 ປີ ໃນປີ 2015, ສ່ວນອາຍຸຍືນສະເລ່ຍຂອງຜູ້ຊາຍແມ່ນເພີ້ມຂຶ້ນ ຈາກ 59 ປີ ໃນປີ 2005 ມາເປັນ 62 ປີ ໃນປີ 2015.

Be the first to comment

Leave a Reply

Your email address will not be published.


*